
ນິຍາມກ່ຽວກັບເຄມີສາດ
ເຄມີສາດ ແມ່ນວິທະຍາສາດຂະແໜງໜຶ່ງ ທີ່ສຶກສາຄົ້ນຄ້ວາກ່ຽວກັບສ່ວນປະກອບສ້າງຂອງວັດຖຸ, ລັກສະນະ ແລະ ການພົວພັນເຊິ່ງກັນ ແລະ ກັນຂອງທາດໃນວັດຖຸ ຕະຫຼອດຮອດການປ່ຽນແປງຕ່າງໆທີ່ເກີດຂື້ນພ້ອມທັງພະລັງງານທີ່ກ່ຽວຂ້ອງກັບການປ່ຽນແປງນັ້ນ.
ເຄມີສາດ ເປັນເປັນວິຊາທີ່ມີຂອບເຂດກ້ວາງຂວາງ ແລະ ຕ້ອງມີການທົດລອງຄືກັບວິຊາວິທະຍາສາດທົ່ວໄປ. ຜົນຈາກການວິໄຈ ແລະ ການທົດລອງເຮັດໃຫ້ມະນຸດໄດ້ຮຽນຮູ້ກ່ຽວກັບທຳມະຊາດຂອງທາດ, ຂະບວນການປ່ຽນແປງຂອງທາດຕ່າງໆ ແລະ ສາເຫດທີ່ພາໃຫ້ເກີດການປ່ຽນແປງເຊິ່ງເຮັດໃຫ້ວິຊາເຄມີສາດມີການວິວັດ ແລະ ຂະຫຍາຍຕົວຂື້ນໄປເລື້ອຍໆ. ປັດຈຸບັນວິຊາເຄມີ ສາດມີຄວາມສໍາຄັນຢ່າງກ້ວາງຂວາງຕໍ່ການພັດທະນາທາງດ້ານເສດຖະກິດ-ສັງຄົມເຊັ່ນ: ການນໍາໃຊ້ເຂົ້າໃນອຸດສາຫະກຳ, ກະສິກຳ ແລະ ການດຳລົງຊີວິດຂອງມວນມະນຸດ.
ການຈັດແບ່ງເຄມີສາດ
ເຄມີສາດເປັນວິຊາວິທະຍາສາດຂະແໜງໜຶ່ງທີ່ໃຫຍ່ ແລະ ມີຂອບເຂດທີ່ກ້ວາງຂວາງ. ສະນັ້ນ, ຈຶ່ງຈັດແບ່ງວິຊາເຄມີອອກເປັນຫຼາຍສາຂາດ້ວຍໂດຍອິງຕາມລັກສະນະພື້ນຖານຂອງວິຊາເຄມີເປັນຫຼັກການດັ່ງນີ້:
ເຄມີອົງຄະທາດ (Organic chemistry)
ເປັນສາຂາວິຊາເຄມີທີ່ສຶກສາເຖິງລັກສະນະ ແລະ ການເກີດປະຕິກິລິຍາຂອງທາດປະສົມກາກບອນ (ຍົກເວັ້ນທາດອົກຊິດ, ດີອົກຊິດຂອງກາກບອນ ແລະ ກາກໂບນັດ ເຊິ່ງໄດ້ຈັດເຂົ້າໃນທາດປະສົມອະນົງຄະທາດ).
ເຄມີອະນົງຄະທາດ (Inorganic chemistry)
ເປັນສາຂາວິຊາວິຊາເຄມີທີ່ສຶກສາກ່ຽວກັບລັກສະນະ,
ປະຕິກິລິຍາຂອງທາດ ແລະ ທາດປະສົມຕ່າງໆທີ່ບໍ່ແມ່ນທາດປະສົມຂອງກາກບອນ.
ເຄມີຟີຊິກ (Physical chemistry)
ເປັນສາຂາວິຊາວິຊາເຄມີທີ່ສຶກສາເຖິງບັນດາທິດສະດີ, ກົດເກນ, ຂໍ້ສົມມຸດຖານຕ່າງໆ ແລະ ການພົວພັນທາງດ້ານພະລັງງານທີ່ກ່ຽວຂ້ອງກັບການເກີດປະຕິກິລິຍາເຄມີ ເພື່ອໃຊ້ອະທິບາຍການເກີດຂື້ນຂອງປະຕິກິລິຍາ ຕະຫຼອດເຖິງການປ່ຽນ ແປງຂອງທາດຕ່າງໆ.
ເຄມີວິເຄາະ (Analytical chemistry )
ເປັນສາຂາວິຊາວິຊາເຄມີທີ່ສຶກສາເຖິງການວິເຄາະທາດເຊິ່ງແບ່ງອອກເປັນ 2 ແບບຄື: ການວິເຄາະທາງດ້ານຄຸນນະ ພາບ(Qualitative analysis) ແລະ ການວິເຄາະທາງດ້ານປະລິມານ(Quantitative analysis).
ການວິເຄາະທາງດ້ານຄຸນນະພາບເປັນການວິເຄາະເພື່ອໃຫ້ຮູ້ວ່າໃນວັດຖຸ ຫຼື ທາດປະສົມນັ້ນມີທາດໃດແດທີ່ເປັນອົງປະກອບ.
ການວິເຄາະທາງດ້ານປະລິມານ ເປັນການວິເຄາະໃຫ້ຮູ້ວ່າໃນວັດຖຸ ຫຼື ທາດປະສົມນັ້ນມີສ່ວນປະກອບທາດໃດແດມີປະລິມານເທົ່າໃດ.
ຊີວະເຄມີ (Bio chemistry)
ເປັນສາຂາວິຊາວິຊາເຄມີທີ່ສຶກສາກ່ຽວກັບສ່ວນປະກອບສ້າງ ແລະ ປະຕິກິລິຍາທາງເຄມີຂອງສິ່ງທີ່ມີຊີວິດ.
ນອກຈາກນີ້ສາຂາວິຊາເຄມີສາດຍັງແບ່ງອອກເປັນສາຂາວິຊາຍ່ອຍໆ ອີກຢ່າງຫຼວງຫຼາຍເຊັ່ນ: ເຄມີໄຟຟ້າ, ເຄມີນິວເຄຼຍ, ເຄມີທໍລະນີ, ເຄມີວິສະວະກຳ, ເຄມີກະສິກຳ, ເຄມີການຢາ, ເຄມີອາຫານ, ເຄມີດາລາສາດ, ເຄມີນິເວດວິທະຍາ ແລະ ອື່ນໆ.
0 Comments